東京外国語大学言語モジュール

現在、この言語ではこのステップは学習できませんので、次のステップに進んでください。
A
ເຊີນເດີ.
B
ຂອບໃຈ.
ເຂົ້າໜົມນີ້ແຊບເນາະ
ເຮັດດ້ວຍຫຍັງ?
A
ອັນນີ້ແມ່ນ ” ເຂົ້າຕົ້ມຫວານ”, ເຮັດດ້ວຍເຂົ້າໜຽວ, ໝາກກ້ວຍ ແລະນ້ຳກະທິ.
B
ຄົນລາວມັກກິນເຂົ້າໜຽວບໍ?
A
ແນ່ນອນ, ເພາະວ່າເຂົ້າໜຽວແມ່ນອາຫານຫຼັກຂອງຄົນລາວ.
B
ເຮັດແນວໃດກິນ ?
A
ໜຶ້ງໃສ່ຫວດນີ້ ແລ້ວເອົາໃສ່ໃນຕິບເຂົ້າແບບນັ້ນໄວ້.
B
ຊິໃຊ້ໄມ້ຖູ່ກິນບໍ ຫຼືໃຊ້ບ່ວງກິນ ?
A
ບໍ່ໃຊ້ຫຍັງ !
ໃຊ້ມືກິນ.
  • 状況

  • 日本語

  • ラオス語

  • 語彙