現在、この言語ではこのステップは学習できませんので、次のステップに進んでください。

ເວລາຫວ່າງ, ຄົນລາວມັກເຮັດຫຍັງ?

ສ່ວນຫຼາຍ ຜູ້ຊາຍມັກຫຼິ້ນກິລາ, ຜູ້ຍິງມັກໄປຊື້ເຄື່ອງ.

ເອມິເດ?

ຂ້ອຍກໍມັກໄປຊື້ເຄື່ອງຄືກັນ.

ຜູ້ຍິງຢູ່ໃສກໍມັກແນວດຽວກັນນໍ.

ຜູ້ຊາຍຍີ່ປຸ່ນເດ, ເປັນແນວໃດ?

ເຂົາເຈົ້າກໍມັກຫຼິ້ນກິລາຄືກັນ

ແຕ່ຜູ້ໃຫຍ່ ສ່ວນຫຼາຍເຂົາເຈົ້າມັກນອນ.

ມື້ພັກພໍ່ຂ້ອຍກໍມັກນອນໝົດມື້

ໂອ້ !

ແມ່ນບໍ່?

ແຕ່ແມ່ກັບຂ້ອຍກໍບໍ່ເວົ້າຫຍັງ.

ເພາະພວກເຮົາຮູ້ວ່າພໍ່ເຮັດວຽກໜັກຫຼາຍ.