LANG HOME

好きな行動について述べる

Back
  • ເວລາຫວ່າງ, ຄົນລາວມັກເຮັດຫຍັງ?
  • ສ່ວນຫຼາຍ ຜູ້ຊາຍມັກຫຼິ້ນກິລາ, ຜູ້ຍິງມັກໄປຊື້ເຄື່ອງ.
  • ເອມິເດ?
  • ຂ້ອຍກໍມັກໄປຊື້ເຄື່ອງຄືກັນ.
  • ຜູ້ຍິງຢູ່ໃສກໍມັກແນວດຽວກັນນໍ.
  • ຜູ້ຊາຍຍີ່ປຸ່ນເດ, ເປັນແນວໃດ?
  • ເຂົາເຈົ້າກໍມັກຫຼິ້ນກິລາຄືກັນ
  • ແຕ່ຜູ້ໃຫຍ່ ສ່ວນຫຼາຍເຂົາເຈົ້າມັກນອນ.
  • ມື້ພັກພໍ່ຂ້ອຍກໍມັກນອນໝົດມື້
  • ໂອ້ !
  • ແມ່ນບໍ່?
  • ແຕ່ແມ່ກັບຂ້ອຍກໍບໍ່ເວົ້າຫຍັງ.
  • ເພາະພວກເຮົາຮູ້ວ່າພໍ່ເຮັດວຽກໜັກຫຼາຍ.

© 東京外国語大学