LANG HOME

手段についてたずねる

Back
再生
 
  • ເຊີນເດີ.
    どうぞ。
  • ຂອບໃຈ.
    ありがとう。
  • ເຂົ້າໜົມນີ້ແຊບເນາະ
    このお菓子おいしいわね。
  • ເຮັດດ້ວຍຫຍັງ?
    何でできているの?
  • ອັນນີ້ແມ່ນ ” ເຂົ້າຕົ້ມຫວານ”, ເຮັດດ້ວຍເຂົ້າໜຽວ, ໝາກກ້ວຍ ແລະນ້ຳກະທິ.
    これは「カオトムワーン」といって、もち米とバナナとココナッツミルクでできているんだよ。
  • ຄົນລາວມັກກິນເຂົ້າໜຽວບໍ?
    ラオス人はもち米をよく食べるの?
  • ແນ່ນອນ, ເພາະວ່າເຂົ້າໜຽວແມ່ນອາຫານຫຼັກຂອງຄົນລາວ.
    もちろん、もち米はラオス人の主食だからね。
  • ເຮັດແນວໃດກິນ ?
    どうやって食べるの?
  • ໜຶ້ງໃສ່ຫວດນີ້ ແລ້ວເອົາໃສ່ໃນຕິບເຂົ້າແບບນັ້ນໄວ້.
    この竹ザルで蒸して、ああいう竹のおひつに入れておくんだ。
  • ຊິໃຊ້ໄມ້ຖູ່ກິນບໍ ຫຼືໃຊ້ບ່ວງກິນ ?
    お箸を使って食べるの?それともスプーン?
  • ບໍ່ໃຊ້ຫຍັງ !
    何も使わないよ!
  • ໃຊ້ມືກິນ.
    手で食べるんだよ。

© 東京外国語大学